logotype

ພາບລວມຂອງ  MetaTrader 4

MetaTrader 4 ເປັນໂປຣແກມຊື້ຂາຍ Forex ທີ່ໄດ້ຮັບຄວາມນິຍົມສູງຈາກນັກລົງທຶນທົ່ວໂລກໃນຂະນະນີ້, ໂປຣແກມຊື້ຂາຍມີເຄື່ອງມືທີ່ມີປະສິດທິພາບເຊີ່ງຈະຊ່ວຍໃຫ້ທ່ານຕັດສິນໃຈໃນການຊື້ຂາຍໄດ້ດີຂື້ນ.

ຈຸດເດັ່ນຂອງໂປຣແກມ FXCL MetaTrader

  • ຊື້ຂາຍອັດຕະໂນມັດໂດຍໄຊ້ Expert Advisor (EA)
  • ຊື້ຂາຍ Forex ແລະວັດຖຸມີຄ່າ
  • Leverage ສູງສຸດ 1:500
  • ຊື້ຂາຍເລີ່ມຕົ້ນ 0.01 micro lot
  • ສາມາດ Hedging ແລະ Non-qualified ໄດ້
  • ຮອງຮັບການຊື້ຂາຍເທີງ iOS ແລະ Android mobile
monitor with mt4 graphic

ປະສິດທິພາບຂອງ Expert Advisors

Expert Advisor (EA) ເປັນຮູບແບບການຊື້ຂາຍ Forex ທີ່ຈະຊ່ວຍໃຫ້ທ່ານສາມາດຊື້ຂາຍໄດ້ອັດຕະໂນມັດ ໂດຍບໍ່ຕ້ອງຄຣິກຄຳສັ່ງຊື້ຂາຍດ້ວຍມືຂອງທ່ານເອງເຊີ່ງ EA ຈະຖືກຂຽນຂື້ນມາໂດຍພາສາ MetaQuotes Language 4 (MQL 4)
EA ຈະດຳເນີນການຊື້ຂາຍໃຫ້ທ່ານໂດຍອັດຕະໂນມັດຕາມເງື່ອນໄຂທີ່ທ່ານຂຽນຂື້ນມາເຊັ່ນ: ເປີດ/ປິດ/ແກ້ໄຂອໍເດີ່ ໂດຍທີ່ທ່ານບໍ່ຕ້ອງເຮັດຫຍັງເລີຍລະຄືກັບລະບົບອື່ນ MetaTrader 4 ສາມາດເຮັດທົດສອບຍ້ອນຫຼັງ (Backtesting) ເພື່ອທົດສອບລະບົບຊື້ຂາຍຂອງທ່ານວ່າມີປະສິດທິພາບຫຼາຍປານໃດ.

ລະບົບແຈ້ງຂາວໃນຕົວ

MetaTrader 4 ມີລະບົບແຈ້ງຂ່າວໃນຕົວທ່ານສາມາດຕິດຕາມຂ່າວສານຕ່າງໆ ໂດຍບໍ່ຕ້ອງອອກຈາກໂປຼແກມເທຣດ

ລະບົບຂ່າວນີ້ຈະຊ່ວຍໃຫ້ທ່ານໄດ້ຮັບຂ່າວສານ ທີ່ທັນສະໄໝຕະຫຼອດເວລາ.
.

mt4news screenshot

ມີ indicators ທີ່ຫຼາກຫຼາຍ

mt4indicaors screenshot

MetaTrader 4 ມີອິນດີເຄເຕີ່ໃຫ້ທ່ານຫຼາຍກວ່າ 30 ແບບ ນອກຈາກນີ້ທ່ານຍັງສາມາດຂຽນ ອິນດີເຄເຕີ່ຂື້ນມາ.
ໄຊ້ເອງໄດ້ໂດຍທີ່ໄຊ້ພາສາ MetaQuotes Language 4 (MQL4).

Trailing stops

Trailing stops ໄຊ້ເພື່ອການປົກປ້ອງກຳໄລຂອງທ່ານໂດຍ Trailing stops ຈະເປັນການປ່ຽນຈຸດ stop loss ຂອງທ່ານໂດຍອັດຕະໂນມັດເຊັ່ນ: ຖ້າທ່ານຕັ້ງ 15ຈຸດ ໂປຣແກມຈະເລີ່ມເຮັດວຽກໂດຍການເລື່ອນ stop loss ໃຫ້ເທົ່າກັບຕົ້ນທຶນເມື່ອທ່ານໄດ້ກຳໄລ 16 ຈຸດ. ແລະຈາກກຳໄລລະດັບນີ້ໂປຣແກມຈະເລື່ອນ stop loss ຈະເພີ່ມໄປເທື່ອລະຈຸດເມື່ອກຳໄລຂອງທ່ານເພີ່ມຂື້ນ.
ສົມໝຸດຖ້າທ່ານຕັ້ງ Trailing stops ໄວ້ 15 ຈຸດ ແລະອໍເດີ່ນັ້ນຂື້ນໄປບວກ 20 ຈຸດ Trailing stop ຈະເລື່ອນ stop loss ໄປຈຸດທີ່ທ່ານຈະໄດ້ກຳໄລ 5 ຈຸດ ແລະຖ້າທ່ານໄດ້ກຳໄລເລື່ອນເພີ່ມຂື້ນເປັນ 21 ຈຸດ stop loss ກໍ່ຈະຍັບໄປຫາຈຸດທີ່ໄດ້ກຳໄລ 6 ຈຸດ ເປັນແບບນີ້ໄປເລື້ອຍໆ, ໃນການໄຊ້ Trailing stops ທ່ານຈະຕ້ອງເປີດໂປຣແກມ MT4 ໄວ້ຕະຫຼອດເວລາ ຖ້າບໍ່ດັ່ງນັ້ນໂປຣແກມຈະບໍ່ເຮັດວຽກ.