logotype

ນະໂຍບາຍຄວາມເປັນສ່ວນຕົວ

ການຮັກສາຂໍ້ມູນສ່ວນຕົວ

ທາງບໍລິສັດຈະມີການຂໍຂໍ້ມູນສ່ວນຕົວຂອງລູກຄ້າເຊີ່ງຈຳເປັນໃນການເປີດບັນຊີ ເຊີ່ງໃນການຂໍຂໍ້ມູນນັ້ນເຮັດໃຫ້ບໍລິສັດສາມາດທີ່ຈະຮັກສາຄວາມປອດໄພໃນການເຮັດລາຍການຕ່າງໆຂອງລູກຄ້າໄດ້ ລວມເຖິງໄຊ້ໃນການພັດທະນາການບໍລິການແລະເຮັດໃຫ້ລູກຄ້າມີຄວາມພໍໃຈໃນການໄຊ້ບໍລິການຫຼາຍຂື້ນ.

ຂໍ້ມູນທັງໝົດທີ່ຈຳເປັນໃນການຕິດຕໍ່ລະຫວ່າງລູກຄ້າແລະບໍລິສັດຈະໄດ້ຮັບມາຈາກລູກຄ້າໂດຍກົງ.

ການໄຊ້ຂໍ້ມູນສ່ວນຕົວ

ການໄຊ້ຂໍ້ມູນສ່ວນຕົວຂອງລູກຄ້ານັ້ນມີຈຸດປະສົງເພື່ອຮັກສາຄວາມປອດໄພແລະພັດທະນາປັບປຸງການບໍລິການໃຫ້ມີປະສິດທິ ພາບຫຼາຍຂື້ນ.

ຂໍ້ມູນສ່ວນຕົວແລະລາຍລະອຽດການຕິດຕໍ່ທີ່ໄດ້ຮັບຈາກລູກຄ້າຈະໄຊ້ເພື່ອຢືນຢັນຕົວຕົນ ບໍລິສັດຈະໃຫ້ຂໍ້ມູນສ່ວນຕົວຂອງລູກຄ້າໃນຂັ້ນຕອນການເປີດບັນຊີ ລວມເຖີງການໃຫ້ລະຫັດຜ່ານ ໃນການເຂົ້າລະບົບ ຂໍ້ມູນການຕິດຕໍ່ຂອງລູກຄ້າ ຈະຊ່ວຍໃຫ້ບໍລິສັດແຈ້ງລູກຄ້າກ່ຽວກັບຜະລິດຕະພັນແລະບໍລິການຕ່າງໆ ທີ່ຈະມີເພີ່ມຂື້ນໃນອານາຄົດ. ລູກຄ້າເຫັນດີໃນການຮັບຂໍ້ມູນຂ່າວສານ ແລະ ຂໍ້ສະເໜີຕ່າງໆຈາກທາງບໍລິສັດ ໂດຍຜ່ານເຄື່ອງມືການຕິດຕໍ່ສື່ສານເຊັ່ນ ອີເມສ, ໂທລະສັບ/ ຫລື ຜ່ານທາງຂໍ້ຄວາມ

ສາຂາບໍລິສັດແລະພາດເນີ່

ທາງບໍລິສັດຈະມີການໃຫ້ຂໍ້ມູນກ່ຽວກັບການບໍລິການຜ່ານທາງສາຂາບໍລິສັດແລະພາດເນີ່ຂອງບໍລິສັດຕາມທີ່ລູກຄ້າຮ້ອງຂໍ ເພື່ອໃຫ້ການບໍລິການທີ່ມີຄຸນນະພາບຫຼາຍຂື້ນ ທາງບໍລີສັດອາດຈະມີການຮ່ວມມືທາງດ້ານການຕະຫຼາດກັບບໍລິສັດອື່ນ ເຊີ່ງທາງບໍລິສັດອາດຈະມີການແລກປ່ຽນ ຂໍ້ມູນສ່ວນຕົວໃຫ້ກັບສາຂາບໍລິສັດແລະພາດເນີ່ເຫຼົ່ານີ້.

ການເປີດເຜີຍຂໍ້ມູນລູກຄ້າໃຫ້ບຸກຄົນອື່ນ (Third party)

ທາງບໍລິສັດຈະບໍ່ມີການເປີດເຜີຍຂ້ມູນລູກຄ້າໃຫ້ບຸກຄົນອື່ນຍົກເວັ້ນໃນກໍລະນີຕໍ່ໃປນີ້.

ທາງບໍລິສັດຂໍສະຫງວນລິຂະສິດໃນການເປີດເຜີຍຂໍ້ມູນສ່ວນຕົວຂອງລູກຄ້າຖ້າມີການຮ້ອງຂໍຈາກໜ່ວຍງານທາງດ່້ານກົດໝາຍ ເຊີ່ງທາງບໍລິສັດຈະເປີດເຜີຍຂໍ້ມູນລູກຄ້າທີ່ຈຳເປັນ ໃນກໍລະນີການດຳເນີນການດ້ານພາສີຫຼືເປັນໄປໃນຈຸດປະສົງເພື່ອປົກປ້ອງສິດແລະສັບສິນຂອງບໍລິສັດ.

ເມື່ອບຸກຄົນອື່ນໄດ້ຮັບຂໍ້ມູນຂອງລູກຄ້າໄປແລ້ວ ບຸກຄົນນັ້ນຈະຕ້ອງຮັບຜິດຊອບໃນການປົກປ້ອງຂໍ້ມູນເຊັ່ນດຽວກັບນະໂຍບາຍຄວາມເປັນສ່ວນຕົວນີ້ນຳອີກ.

ທາງບໍລິສັດຈະໄຊ້ຂໍ້ມູນສ່ວນຕົວຂອງລູກຄ້າເປັນໄປເພື່ອພັດທະນາການບໍລິການໃຫ້ມີປະສິດທິພາບຫຼາຍຂື້ນເທົ່ານັ້ນ.

ຂໍ້ຈຳກັດ

ເມື່ອລູກຄ້າຂອງບໍລິສັດໄດ້ຕັດສິນໃຈໄຊ້ບໍລິການບໍລິສັດອື່ນແລະມີການໃຫ້ຂໍ້ມູນສ່ວນຕົວໄປ ລູກຄ້າຕ້ອງເຂົ້າໃຈເຖີງຄວາມປອດໄພໃນການໄຊ້ຂໍ້ມູນສ່ວນຕົວຂອງບໍລິສັດນັ້ນໆດ້ວຍ ກ່ອນທີ່ຈະມີການໃຫ້ຂໍ້ມູນສ່ວນຕົວລູກຄ້າຕ້ອງເຂົ້າໃຈນະໂຍບາຍຄວາມເປັນສ່ວນຕົວຂອງບໍລິສັດນັ້ນໆກ່ອນ ເຊີ່ງລູກຄ້າຕ້ອງລະມັດລະວັງແລະໃຫ້ຈື່ຈຳຢູ່ສະເໝີວ່າທາງບໍລິສັດບໍ່ສາມາດຮັບ ຜິດຊອບນະໂຍບາຍຄວາມເປັນສ່ວນຕົວຂອງບໍລິສັດອື່ນໄດ້.

ການໄຊ້ cookies

ໃນການທີ່ຈະໃຫ້ການເຂົ້າເວັບໄຊລວມເຖີງການໃຫ້ບໍລິການຊື້ຂາຍຂອງລູກຄ້າຢ່າງມີປະສິດທິພາບນັ້ນ ທາງບໍລິສັດຈະມີການໄຊ້ cookies ເຊີ່ງ Cookies ເປັນໄຟລ໌ ນ້ອຍໆທີ່ສົ່ງມາຈາກເວັບເຊີບເວີ່ຂອງບໍລິສັດໄປເກັບໄວ້ຢູ່ຄອມຂອງລູກຄ້າ ເຊີ່ງ Cookies ນັ້ນຈະບໍ່ມີຂໍ້ມູນສ່ວນຕົວ ເລກບັນຊີ ຫຼືລະຫັດຜ່ານຂອງລູກຄ້າ.

ທາງບໍລິສັດອາດຈະມີການໃຫ້ບໍລິສັດອື່ນມາຊ່ວຍ ໃນການຈັດການເວັບໄຊລວມເຖິງການວິເຄາະຂໍ້ມູນທາງສະຖິຕິ ເຊີ່ງບໍລິສັດນັ້ນກໍ່ຈະມີການໄຊ້ cookies ຂອງບໍລິສັດນັ້ນເອງ ເຊີ່ງ cookies ກໍ່ຈະມີຂໍ້ມູນສ່ວນຕົວຂອງລູກຄ້າຢູ່.

ການຕິດຕໍ່ສື່ສານ

ໃນລະຫວ່າງການລົງທະບຽນ ລູກຄ້າຈະໄດ້ຮັບອີເມລ໌ເພື່ອຢືນຢັນການລົງທະບຽນ ແລະທາງບໍລິສັດອາດຈະສົ່ງຂໍ້ມູນກ່ຽວກັບການບໍລິການຫຼືໂປໂມຊັ່ນໃໝ່ໃຫ້ ລວມເຖີງການຮັບອີເມລ໌ຈາກລູກຄ້າໃນກໍລະນີທີ່ມີຄຳຖາມຫຼືຄຳຮ້ອງຂໍເພີ່ມເຕີມ ເຊີ່ງຂໍ້ມູນທີ່ສົ່ງໄປໃຫ້ລູກຄ້າບໍ່ໄດ້ເປັນຄວາມລັບ,

 ໃນການຍອມຮັບນະໂຍບາຍຄວາມເປັນສ່ວນຕົວນີ້ ລູກຄ້າອະນຸຍາດໃຫ້ບໍລິສັດໄຊ້ຂໍ້ມູນຕ່າງໆທີ່ໄດ້ຮັບມາຈາກລູກຄ້າຜ່ານທາງອີເມລ໌ ເຊັ່ນ: ຂໍ້ສະເໜີແນະນຳຕ່າງໆ, ຜະລິດຕະພັນດ້ານການຕະຫຼາດ ໂດຍບໍ່ມີຂໍ້ຜູກມັດກັບທາງບໍລິສັດ ມີຂໍ້ຍົກເວັ້ນສຳຫຼັບຂໍ້ມູນຢືນຢັນຕົວຕົນຂອງລູກຄ້າ.

ບໍລິສັດຂໍສະຫງວນລິຂະສິດໃນການເກັບຫຼືລົບຂໍ້ມູນເຫຼົ່ານີ້ໂດຍບໍ່ຕ້ອງແຈ້ງໃຫ້ລູກຄ້າຮູ້ລ່ວງໜ້າ.

ທາງບໍລິສັດຈະມີການຕິດຕາມຂໍ້ຄວາມຂອງລູກຄ້າເປັນໄປເພື່ອຈຸດປະສົງໃນການບໍລິການເທົ່ານັ້ນ.

ລິຂະສິດ

ທຸກໆຂໍ້ມູນໃນເວັບໄຊຂອບໍລິສັດ ລວມໄປເຖີງຂໍ້ເນື້ອຫາແລະຮູບພາບ ບໍ່ສາມາດນຳໄປໄຊ້ຫຼືເຮັດການປ່ຽນແປງໄດ້ໂດຍບໍ່ໄດ້ຮັບອະນຸຍາດເປັນລາຍລັກອັກສອນຈາກບໍລິສັດ FXCL Markets ຂໍ້ມູນທັງໝົດເປັນສັບສິນທາງປັນຍາແລະຖືກປົກປ້ອງໂດຍກົດ ໝາຍລິຂະສິດ

ຂໍ້ມູນດັ່ງກ່າວອາດຈະນຳໄປໄຊ້ໄດ້ກໍ່ຕໍ່ເມື່ອມີການອ້າງອິງເຖີງເວັບໄຊລວມເຖີງລິ້ງຂອງບໍລິສັດໃນຫົວຂໍ້ຂອງເນື້ອຫາ ໃນການຂໍອະນຸຍາດ ໃນການນຳເອົາຂໍ້ມູນໄປໄຊ້ ກາລຸນາສົ່ງອີເມວມາທີ່ support@fxclearing.com

ການປ່ຽນແປງນະໂຍບາຍຄວາມເປັນສ່ວນຕົວ

ໃນກໍລະນີທີ່ທາງບໍລິສັດມີການປ່ຽນແປງນະໂຍບາຍຄວາມເປັນສ່ວນຕົວ ທາງບໍລິສັດຈະມີການອັບເດດເວັບໄຊແລະຈະມີການແຈ້ງໃຫ້ລູກຄ້າຮູ້ ທາງບໍລິສັດແນະນຳໃຫ້ລູກຄ້າເຂົ້າມາອ່ານນະໂຍບາຍຄວາມເປັນສ່ວນຕົວສະໜ່ຳສະເໝີ ເພື່ອທີ່ຈະໄດ້ຮູ້ວ່າບໍລິສັດມີການໄຊ້ຂໍ້ມູນຂອງລູກຄ້າໃນທາງໃດແດ່.

ການອັບເດດຫຼືລົບຂໍ້ມູນສ່ວນຕົວ

ພວກເຮົາອະນຸຍາດໃຫ້ລູກຄ້າມີການປ່ຽນແປງຫຼືລົບຂໍ້ມູນສ່ວນຕົວທີ່ເຄີຍໃຫ້ໄວ້ໂດຍແຈ້ງມາທີ່  ທີມງານຊ່ວຍເຫຼືອ. ທ່ານຈະໄດ້ຮັບແຈ້ງຢືນຢັນການປ່ຽນຂໍ້ມູນພາຍໃນ 7 ວັນເຮັດການ.

ຍົກເລີກການຮັບຂ່າວສານ

ຖ້າລູກຄ້າຕ້ອງການຍົກເລີກຮັບຂ່າວສານຫຼືຕ້ອງການໃຫ້ຍົກເລີກການໄຊ້ຂໍ້ມູນສ່ວນຕົວຫຼັງຈາກລູກຄ້າໄດ້ລົງທະບຽນໄຊ້ບໍລິການກັບທາງບໍລິສັດ ກາລຸນາຕື່ມແບບຟອມ ແບບຟອມ.

ເຮົາໃຊ້ແພັດຟອມຂອງ Omnisend ສຳລັບອີເມລການຕະຫຼາດອັດຕະໂນມັດ ແລະ ຂໍ້ມູນຂອງທ່ານຈະຖືກສົ່ງໄປແພັດຟອມນີ້ເພື່ອປະມວນຜົນຕາມ ນະໂຍບາຍຄວາມເປັນສ່ວນໂຕ