ຄຳສັບ Forex
| A ກັບໄປດ້ານເທິງ |
| Accrual - ການຈັດສັນຄ່າ premiums ແລະຄ່າສ່ວນຫຼຸດສຳຫຼັບການດຳເນີນທຸລະກິດເງິນຕາຕ່າງປະເທດລ່ວງໜ້າທີ່ກ່ຽວຂ້ອງໂດຍກົງກັບຄ່າ swap ( Arbitrage ຂອງດອກເບ້ຍ) ໄລຍະເວລາຂອງທຸລະກິດນັ້ນໆ. |
| Adjustment - ການດຳເນີນການຢ່າງເປັນທາງການໂດຍວິທີການປ່ຽນແປງນະໂຍບາຍທາງດ້ານການເງິນເພື່ອຫຼຸດຄວາມບໍ່ສົມດຸນໃນການໄຊ້ຈ່າຍ ຫຼືວິທີການຫຼຸດຄ່າເງິນ. |
| Appreciation - ການແຂງຄ່າຂອງສະກຸນເງິນນັ້ນໆເພື່ອມີຄວາມຕ້ອງການຫຼາຍຂື້ນ. |
| Arbitrage - ການຊື້ແລະການຂາຍໃນຕະຫຼາດທີ່ມີຄວາມສຳພັນກັນເປັນຈຳນວນທີ່ເທົ່າກັນພ້ອມໆກັນເພື່ອໄດ້ຮັບສ່ວນຕ່າງລະຫວ່າງລາຄາໃນແຕ່ລະຕະຫຼາດ. |
| Ask (Offer) Price - ເປັນລາຄາທີ່ຕະຫຼາດຕ້ອງການຂາຍໃນສະກຸນເງິນນັ້ນໆ ຕົວຢ່າງເຊັ່ນ: ຖ້າລາຄາຂອງຄູ່ USDCHF ເປັນ 1.4527/32, ລາຄາ ask ຄື 1.4532; ໝາຍຄວາມວ່າທ່ານຕ້ອງໄຊ້ເງິນ 1.4532 Swiss francs ເພື່ອທີ່ຈະຊື້ 1 US dollar. |
| At Best - ເປັນຄຳແນະນຳຈາກ dealer ໃນການຊື້ຫຼືຂາຍໃນ rate ທີ່ດີທີ່ສຸດທີ່ຈະສາມາດເຮັດໄດ້. |
| At or Better - ເປັນການສັ່ງໃຫ້ຊື້ຫຼືຂາຍໃນລາຄາທີ່ຕ້ອງການຫຼືລາຄາທີ່ດີກວ່ານີ້. |
| B ກັບໄປດ້ານເທິງ |
| Balance of Trade - ຈຳນວນສົ່ງອອກລົບກັບຈຳນວນນຳເຂົ້າຂອງປະເທດນັ້ນໆ. |
| Bar Chart - ປະເພດຂອງກຣາຟເຊິ່ງສະແດງ 4ສ່ວນຫຼັກຄື ລາຄາຕ່ຳສຸດແລະສູງສຸດ ສະແດງດ້ວຍເສັ້ນແນວຕັ້ງ,ລາຄາເປີດແລະລາຄາປິດສະແດງດ້ວຍເສັ້ນແນວນອນເສັ້ນນ້ອຍໆທາງຊ້າຍແລະຂວາ. |
| Bear Market - ເປັນຊ່ວງຕະຫຼາດຂາລົງ ເປັນການອ່ອນຄ່າຂອງລາຄາ. |
| Bid Price - ເປັນລາຄາທີ່ຕະຫຼາດຕ້ອງການຊື້ໃນສະກຸນເງິນນັ້ນໆ ຕົວຢ່າງເຊັ່ນ: ຖ້າລາຄາຂອງຄູ່ເງິນ USDCHF ເປັນ 1.4527/32, ລາຄາ bid ຄື 1.4527; ໝາຍຄວາມວ່າເມື່ອທ່ານຂາຍເງິນ 1 US dollar ທ່ານຈະໄດ້ຮັບເງິນ 1.4527 Swiss francs. |
| Bid/Ask Spread - ສ່ວນຕ່າງລະຫວ່າງລາຄາ bid ແລະລາຄາ ask. |
| Big Figure - ທົດສະນິຍົມ 2 ຫຼື 3 ຫຼັກທຳອິດຂອງລາຄາ ຕົວຢ່າງເຊັ່ນ: ຖ້າລາຄາ bid/ask ຂອງຄູ່ເງິນ USDJPY ເປັນ 115.27/32, ດັ່ງນັ້ນ big figure ແມ່ນ 115. ຖ້າລາຄາຂອງຄູ່ EURUSD ເປັນ 1.2855/58 big figure ແມ່ນ 1.28. ເຊິ່ງ big figure ສ່ວນຫຼາຍຈະບໍ່ສະແດງລາຄາທີ່ dealer ສະເໜີມາເຊັ່ນ: ຖ້າລາຄາຂອງຄູ່ EURUSD ເປັນ 1.2855/58 ທາງ dealer ຈະຂຽນສັ້ນໆວ່າ "55/58". |
| Book - ເປັນປະຫວັດສະຫຼຸບອໍເດີ່ທີ່ເຄີຍເຮັດລາຍການມາທັງໝົດ. |
| Bretton Woods Agreement of 1944 - ເປັນຂໍ້ຕົກລົງເພື່ອທີ່ຈະເຮັດໃຫ້ຄ່າຂອງສະກຸນເງິນຫຼັກໆຄົງທີ່ ເພື່ອໃຫ້ທະນາຄານກາງສາມາດແຊກແຊງຕະຫຼາດສະກຸນເງິນໄດ້ ແລະກຳນົດໃຫ້ລາຄາຂອງຄຳເທົ່າກັບ $35 ຕໍ່ ounce. ຂໍ້ຕົກລົງນີ້ໄຊ້ເຖິງປີ 1971 ເມື່ອປະທານາທິບໍດີ Nixon ໄດ້ຍົກເລີກແລະປ່ຽນມາໄຊ້ສະກຸນເງິນແບບລອຍຕົວແທນ. |
| Broker - ເປັນບໍລິສັດທີ່ເຮັດໜ້າທີ່ປຽບສະເໝືອນເປັນຄົນກາງລະຫວ່າງຄົນຊື້ແລະຄົນຂາຍເພື່ອເກັບຄ່າທຳນຽມ. |
| Bull Market - ເປັນຊ່ວງຕະຫຼາດຂາຂື້ນ ເປັນການແຂງຄ່າຂອງລາຄາ. |
| Bundesbank - ທະນາຄານກາງຂອງປະເທດເຢຍລະມັນ (Germany's Central Bank). |
| C ກັບໄປດ້ານເທິງ |
| Cable - ເປັນຊື່ຮ້ອງຂອງສະກຸນເງິນ GBP/USD ເຊິ່ງເລີ່ມຈາກກາງສະຕະວັດທີ່ 1800 ມີການສົ່ງລາຄາຜ່ານທາງ cable. |
| Candlestick Chart - ເປັນປະເພດຂອງກຣາຟທີ່ສະແດງລາຄາປິດ ເປີດ ແລະສູງສຸດ ຕ່ຳສຸດຂອງຊ່ວງເວລານັ້ນໆ ຖ້າລາຄາເປີດສູງກວ່າລາຄາປິດ ຊ່ອງສີ່ຫຼ່ຽມລະຫວ່າງລາຄາເປີດແລະລາຄາປິດ.( close price is shaded. If the close price is higher than the open price, that area of the chart is not shaded). |
| Cash Market - ເປັນຕະຫຼາດຊື້ຂາຍ futures. |
| Central Bank - ເປັນໜ່ວຍງານຂອງລັດຖະບານທີ່ຄວບຄຸມນະໂຍບາຍທາງການເງິນຂອງປະເທດ ຕົວຢ່າງເຊັ່ນ: ທະນາຄານກາງຂອງປະເທດອາເມລິກາຄື Federal Reserve ແລະທະນາຄານກາງຂອງປະເທດເຢຍລະມັນຄື Bundesbank. |
| Chartist - ເປັນນັກລົງທຶນທີ່ວິເຄາະແນວໂນ້ມລາຄາຈາກກຣາຟເປັນຫຼັກ ຫຼືຮ້ອງອີກຢ່າງໜຶ່ງວ່ານັກລົງທຶນທາງເທັກນິກ. |
| Cleared Funds - ເງິນທີ່ສາມາດໄຊ້ໃນການເປີດການຊື້ຂາຍໄດ້. |
| Clearing - ຂະບວນການໃນການດຳເນີນການຊື້ຂາຍ. |
| Closed Position - ຄືການຊື້ຂາຍທີ່ປິດໄປແລ້ວ ເຊິ່ງໃນການປິດການຊື້ຂາຍ ນັກລົງທຶນກໍ່ຈະຕ້ອງຊື້ຫຼືຂາຍກົງກັນຂ້າມກັບລາຍການທີ່ໄດ້ເຮັດໄວ້ແລ້ວ. |
| Collateral - ຊັບສິນຄ້ຳປະກັນ. |
| Commission - ເປັນຄ່າທຳນຽມຈາກໂບຣກເກີ່. |
| Confirmation - ເອກະສານທີ່ຢືນຢັນເງື່ອນໄຂຂໍ້ຕົກລົງໃນການຊື້ຂາຍ. |
| Contagion - ແນວໂນ້ມຂອງວິກິດເສດຖະກິດທີ່ຈະແຜ່ກະຈາຍໄປຕະຫຼາດອື່ນໆ ເຊິ່ງໃນປີ 1997, ຄວາມບໍ່ໝັ້ນຄົງທາງການເມືອງຂອງປະເທດອິນໂດເນເຊຍເຮັດໃຫ້ເກີດຄວາມບໍ່ແນ່ນອນໃນສະກຸນເງິນ Rupiah. ເຊິ່ງມີຜົນກະທົບຕໍ່ໄປຍັງຫຼາຍປະເທດໃນທະວີບເອເຊຍແລະຕໍ່ມາແມ່ນທະວີບລາຕິນອາເມລິກາ ເຊິ່ງຮ້ອງເຫດການນີ້ວ່າ 'Asian Contagion'. |
| Contract - ໜ່ວຍມາດຕະຖານຂອງການຊື້ຂາຍ. |
| Counter Currency - ສະກຸນເງິນທີ່ຂຽນເປັນລຳດັບທີ່ສອງໃນຄູ່ສະກຸນເງິນ. |
| Counterparty - ໜຶ່ງໃນຜູ້ທີ່ມີສ່ວນຮ່ວມໃນການຊື້ຂາຍລາຍການທາງການເງິນ. |
| Country Risk - ຄວາມສ່ຽງໃນການເຮັດທຸລະກຳຂ້າມປະເທດເຊິ່ງຈະກ່ຽວຂ້ອງກັບກົດໝາຍຫຼືເງື່ອນໄຂທາງການເມືອງ. |
| Cross Currency Pairs - ຄູ່ສະກຸນເງິນທີ່ບໍ່ມີ U.S. dollar ເຊັ່ນ: EURJPY ຫຼື GBPCHF. |
| Currency - ເງິນທີ່ອອກໂດຍລັດຖະບານຫຼືທະນາຄານກາງເຊິ່ງໄຊ້ໃນການຊື້ຂາຍ. |
| Currency Pair - ຄູ່ສະກຸນເງິນທີ່ປະກອບໄປດ້ວຍ 2ສະກຸນເງິນ ຕົວຢ່າງເຊັ່ນ: EURUSD |
| Currency Risk - ຄວາມສ່ຽງໃນການປ່ຽນແປງ rates ຂອງຄ່າເງິນຢ່າງຜັນຜວນ. |
| D ກັບໄປດ້ານເທິງ |
| Day Trader - ເປັນນັກລົງທຶນທີ່ຊື້ຂາຍເປີດແລະປິດານຊື້ຂາຍໃນມື້ດຽວ. |
| Dealer - ເປັນບຸກຄົນຫຼືບໍລິສັດທີ່ເຮັດການເປີດຊື້ຂາຍກັບອີກຕະຫຼາດໜຶ່ງເພື່ອທີ່ຈະໄດ້ຮັບກຳໄລຈາກຄ່າ spread. |
| Deficit - ການຂາດທຶນ. |
| Delivery - ການເຮັດການຊື້ຂາຍໂດຍໄດ້ຮັບສິນຄ້າຈິງ. |
| Depreciation - ການຫຼຸດຄ່າຂອງສະກຸນເງິນ. |
| Derivative - ສັນຍາຊື້ຂາຍຈາກການປ່ຽນແປງຂອງລາຄາສັບສິນ future ຫຼື ສິນຄ້າອື່ນໆ ເຊິ່ງ. |
| Devaluation - ການຫຼຸດຄ່າເງິນເຊິ່ງປະກາດໂດຍລັດຖະບານເປັນສ່ວນຫຼາຍ. |
| E ກັບໄປດ້ານເທິງ |
| EURO - ສະກຸນເງິນຍູໂຣ European Monetary Union (EMU).ເຊິ່ງມາແທນທີ່ European Currency Unit (ECU). |
| Economic Indicator - ສະຖິຕິປະກາດຈາກລັດຖະບານກ່ຽວກັບການເຕີບໃຫ່ຍແລະມີສະຖຽນລະພາບທາງດ້ານເສດຖະກິດ ໂດຍທົ່ວໄປຈະປະກອບໄປດ້ວຍອັດຕາການຈ້າງງານ, Gross Domestic Product (GDP), ເງິນເຟີ້, ຍອດຂາຍຍ່ອຍ, ແລະອື່ນໆ. |
| End Of Day Order (EOD) - ລາຍການຊື້ຫຼືຂາຍຕາມລາຄາທີ່ກຳນົດໄວ້ ລາຍການຊື້ຂາຍນີ້ຈະເປີດໄວ້ ຈົນກວ່າຈະສິ້ນສຸດໃນມື້ນັ້ນ ໂດຍທົ່ວໄປຈະເປັນເວລາ 5PM EST. |
| European Central Bank (ECB) - ທະນາຄານກາງຂອງສະຫະພາບຢູໂຣບ. |
| European Monetary Union (EMU) - ຈຸດປະສົງຂອງ EMU ຄືການກໍ່ຕັ້ງສະກຸນເງິນຢູໂຣເພື່ອໄຊ້ແທນສະກຸນເງິນຂອງປະເທດຕ່າງໆໃນທະວີບຢູໂຣບໃນປີ 2002 ໃນວັນທີ່ 1 ມັງກອນ 1999 ໄດ້ເລີ່ມີການທົດລອງໄຊ້ເງິນສະກຸນຢູໂຣເປັນເວລາ 3 ປີ ແລະໃນວັນທີ່ 1 ກໍລະກົດ 2002 ໄດ້ມີການໄຊ້ຢ່າງເຕັມຮູບແບບ ສະມາຊິກຂອງ EMU ປະກອບມີປະເທດ ເຢຍລະມັນ,ຝຣັ່ງ,ເບລຢ່ຽມ,ລຸກຊຳບວກ,ອອສເຕຣຍ,ຟິນແລນ,ໄອແລນ,ເນເທີແລນ,ອີຕາລີ,ສະເປນແລະໂປຕຸເກດ. |
| F ກັບດ້ານເທິງ |
| FX - ແລກປ່ຽນເງິນຕາຕ່າງປະເທດ. |
| Federal Deposit Insurance Corporation (FDIC) - ໜ່ວຍງານທີ່ຮັບຜິດຊອບໃນການຈັດການຄຸ້ມຄອງການຝາກເງິນໃນປະເທດສະຫະລັດອາເມລິກາ. |
| Federal Reserve (Fed) - ທະນາຄານກາງຂອງອາເມລິກາ. |
| First In First Out (FIFO) - ກົດໃນການຊື້ຂາຍທີ່ເປີດກ່ອນຈະຖືກປິດກ່ອນໃນກໍລະນີທີ່ມາຣ໌ຈິນບໍ່ພໍ. |
| Flat/square - ເປັນລາຍການຊື້ຂາຍທີ່ຫັກລ້າງກັນເຊັ່ນ: ທ່ານເຮັດລາຍການຊື້ $500,000 ແລະອີກລາຍການນຶ່ງຂາຍ $500,000. |
| Foreign Exchange (Forex, FX) - ການຊື້ຂາຍສະກຸນເງິນ ໂດຍການຊື້ເງິນສະກຸນໜຶ່ງແລະຂາຍເງິນອີກສະກຸນໜຶ່ງເປັນຄູ່. |
| Forward - ສັນຍາການຊື້ຂາຍລ່ວງໜ້າໃນລາຄາແລະວັນເວລາທີ່ໄດ້ຕົກລົງໄວ້. |
| Forward Points - ຈຳນວນ pip ທີ່ເພີ່ມຫຼືຫັກອອກຈາກລາຄາປັດຈຸບັນເພື່ອທີ່ຈະຄິດໄລ່ລາຄາລ່ວງໜ້າ. |
| Fundamental Analysis - ການວິເຄາະແນວໂນ້ມລາຄາລ່ວງໜ້າໂດຍການສຶກສາພາວະເສດຖະກິດແລະການເມືອງເປັນຫຼັກ. |
| Futures Contract - ສັນຍາແລກປ່ຽນໃນການຊື້ຂາຍທີ່ລາຄາແລະວັນເວລາທີ່ໄດ້ກຳນົດໄວ້ ຂໍ້ແຕກຕ່າງລະຫວ່າງ Future ແລະ Forward ຄື Future ໂດຍປົກກະຕິຈະເປັນ Exchange-Traded Contacts (ETC) ສ່ວນ Forward ນັ້ນຈະເປັນ Over The Counter (OTC). |
| G ກັບດ້ານເທິງ |
| G7 - ປະເທດຜູ້ນຳໃນດ້ານອຸດສາຫະກຳ ປະກອບມີ ອາເມລິກາ ເຢຍລະມັນ ຢີ່ປຸ່ນ ຝຣັ່ງ ອັງກິດ ການາດາແລະອີຕາລີ. |
| Going Long - ການຊື້ສິນຄ້າເຊັ່ນ ຫຸ້ນ ສິນຄ້າໂພຄະພັນ ຫຼື ສະກຸນເງິນ. |
| Going Short - ການຂາຍສິນຄ້າໂດຍທີ່ບໍ່ໄດ້ເປັນເຈົ້າຂອງສິນຄ້າເອງ. |
| Good Til Cancelled Order (GTC) - ການຊື້ຂາຍສິນຄ້າໃນລາຄາທີ່ກຳນົດໄວ້ ລາຍການຈະຍົກເລີກເມື່ອມີຄຳສັ່ງຈາກລູກຄ້າເທົ່ານັ້ນ. |
| Gross Domestic Product - ຜະລິດຕະພັນລວມພາຍໃນປະເທດ. |
| Gross National Product - ຜະລິດຕະພັນມວນລວມປະຊາຊາດຄື Gross domestic product ບວກດ້ວຍລາຍໄດ້ຈາກການລົງທຶນຫຼືການເຮັດວຽກຕ່າງປະເທດ. |
| H ກັບດ້ານເທິງ |
| Hedge - ການເປີດລາຍການຊື້ຂາຍກົງກັນຂ້າມກັບລາຍການທີ່ມີຢູ່ເພື່ອຫຼຸດຄວາມສ່ຽງລົງ. |
| Hit the bid - ການຍອມຮັບການຂາຍຢູ່ລາຄາ bid. |
| I ກັບດ້ານເທິງ |
| Inflation - ສະພາບເສດຖະກິດທີ່ລາຄາຂອງສິນຄ້າໄດ້ເພີ່ມສູງຂື້ນ ເຮັດໃຫ້ອຳນາດການຊື້ຂອງປະຊາຊົນຫຼຸດລົງ. |
| Initial Margin - ເງິນປະກັນເລີ່ມຕົ້ນທີ່ຕ້ອງໄຊ້ໃນການເປີດການຊື້ຂາຍ. |
| Interbank Rates - ອັດຕາແລກປ່ຽນສະກຸນເງິນລະຫວ່າງທະນາຄານຕ່າງປະເທດ. |
| Intervention - ການແຊກແຊງຄ່າເງິນຂອງທະນາຄານກາງເພື່ອຄວບຄຸມອັດຕາແລກປ່ຽນ. |
| K ກັບດ້ານເທິງ |
| Kiwi - ຄຳສະແລງຂອງສະກຸນເງິນດອນລ່າຂອງປະເທດນິວຊີແລນ. |
| L ກັບດ້ານເທິງ |
| LIBOR - ຫຍໍ້ມາຈາກ London Inter-Bank Offered Rate ເຊິ່ງທະນາຄານຕ່າງໆຈະໄຊ້ເລດ LIBOR ເມື່ອຍືມເງິນຈາກທະນາຄານອື່ນ. |
| Leading Indicators - ຄ່າສະຖິຕິທີ່ໄຊ້ຄາດການສະພາວະທາງເສດຖະກິດລ່ວງໜ້າ. |
| Leverage - ເປັນອັດຕາສ່ວນເພື່ອທີ່ຈະຄິດໄລ່ມາຣ໌ຈິນໃນການຊື້ຂາຍ. |
| Limit order - ເປັນການຊື້ຂາຍທີ່ຕັ້ງລາຄາໄວ້ລ່ວງໜ້າວ່າຈະເຮັດການຊື້ຂາຍຢູ່ລາຄາທໍ່ໃດ ເພື່ອເປັນການຫຼຸດຄວາມສ່ຍງໃນຕະຫຼາດທີ່ມີລາຄາຂື້ນລົງຢ່າງໄວ |
| Liquidation - ການປິດລາຍການຊື້ຂາຍທີ່ມີຢູ່ໂດຍໄຊ້ວິທີ offsetting transaction. |
| Liquidity - ຄວາມສາມາດໃນການຮັບການຊື້ຂາຍປະລິມານຫຼາຍໂດຍທີ່ມີຜົນກະທົບຕໍ່ລາຄານ້ອຍທີ່ສຸດ. |
| Long position - ລາຍການຊື້ ລາຍການນີ້ຈະໄດ້ກຳໄລເມື່ອສິນຄ້າທີ່ເຮົາເຮັດລາຍການມີລາຄາສູງຂື້ນ. |
| Lot - ໜ່ວຍຂອງສັນຍາທີ່ໄຊ້ໃນການຊື້ຂາຍ. |
| M ກັບດ້ານເທິງ |
| Margin - ຈຳນວນເງິນປະກັນທີ່ໄຊ້ໃນການເປີດອໍເດີ່. |
| Margin Call - ການແຈ້ງເຕືອນຈາກໂບຣກເກີ່ຫຼືດິລເລີ່ເພື່ອແຈ້ງວ່າມາຣ໌ຈິນເຫຼືອໜ້ອຍແລ້ວ. |
| Mark-to-Market - ການຄິດໄລ່ກຳໄລຂາດທຶນຂອງລາຍການຊື້ຂາຍໂດຍໃຫ້ສະທ້ອນກັບລາຄາຕະຫຼາດໃນປັດຈຸບັນ. |
| Market Maker - ດີລເລີ່ທີ່ສົ່ງລາຄາ bid ແລະ ask ແລະພ້ອມທີ່ຈະເຮັດລາຍການຊື້ຂາຍໃນສິນຄ້າຕ່າງໆ. |
| Market Risk - ຄວາມສ່ຽງຈາກການຂື້ນລົງຂອງຕະຫຼາດ. |
| Maturity - ວັນທີ່ໝົດສັນຍາການຊື້ຂາຍສິນສັບທາງການເງິນ. |
| N ກັບດ້ານເທິງ |
| Net Position - ຈຳນວນລາຍການຊື້ຂາຍທັງໝົດໂດຍບໍ່ມີການຫັກລ້າງລາຍການທີ່ເປີດກົງກັນຂ້າມ. |
| O ກັບດ້ານເທິງ |
| Offer (ask) - ລາຄາທີ່ດີລເລີ່ຕ້ອງການຂາຍ ເບີ່ງລາຍລະອຽດເພີ່ມເຕີມຢູ່ຄຳສັບ Ask (offer) price |
| Offsetting transaction - ການຊື້ຂາຍທີ່ເປີດກົງກັນຂ້າມກັບລາຍການທີ່ມີຢູ່ເພື່ອຫຼຸດຄວາມສ່ຽງ. |
| One Cancels the Other Order (OCO) - เການປະມວນຜົນຂອງ 2 ອໍເດີ່ ຖ້າອໍເດີ່ໃດອໍເດີ່ໜຶ່ງໄດ້ເປີດການຊື້ຂາຍແລ້ວ ອີກອໍເດີ່ໜຶ່ງຈະຖືກຍົກເລີກອັດຕະໂນມັດ. |
| Open order - ອໍເດີ່ທີ່ໄດ້ຮັບການປະມວນຜົນເມື່ອລາຄາໄດ້ມາເຖິງລາຄາທີ່ມີການຕັ້ງເປົ້າຊື້ຂາຍໄວ້ ເຊິ່ງປົກກະຕິກໍ່ຈະເຊື່ອມຕໍ່ກັບ Good 'til Cancelled Orders. |
| Open position - ເປັນລາຍການຊື້ຂາຍທີ່ກຳລັງຢູ່ໃນຕະຫຼາດ ຍັງບໍ່ໄດ້ຄິດເລື່ອງກຳໄລຂາດທຶນຈົນກວ່າຈະປິດລາຍການ. |
| Order - ການສັ່ງການຊື້ຂາຍຕາມທີ່ໄດ້ຕັ້ງລາຄາໄວ້. |
| Over the Counter (OTC) - ເປັນການອະທິບາຍເຖິງລາຍການຊື້ຂາຍທີ່ເກີດຂື້ນນອກຕະຫຼາດ. |
| Overnight Position - ການຊື້ຂາຍທີ່ເປີດຂ້າມວັນ. |
| P ກັບດ້ານເທິງ |
| Pips - ຫົວໜ່ວຍທີ່ນ້ອຍຂອງລາຄາຂອງຄູ່ສະກຸນເງິນ ຕົວຢ່າງເຊັ່ນ: ຄູ່ສະກຸນເງິນ EURUSD 1 pip ຈະເທົ່າກັບ 0.0001 ເຊິ່ງອາດຈະຮ້ອງວ່າ Point ກໍ່ໄດ້. |
| Political Risk - ການປ່ຽນແປງນະໂຍບາຍຂອງລັດຖະບານທີ່ຈະມີຜົນຢ່າງຫຼວງຫຼາຍຕໍ່ລາຍການຊື້ຂາຍຂອງນັກລົງທຶນ. |
| Position - ລາຍການຊື້ຂາຍສຸດທິຂອງສະກຸນເງິນນັ້ນໆ. |
| Premium - ຈຳນວນທີ່ລາຄາຂອງ forward ຫຼື future ເກີນໄປຈາກລາຄາ spot. |
| Price Transparency - ການສະແດງລາຄາໃຫ້ກັບນັກລົງທຶນທຸກຄົນເພື່ອຄວາມເທົ່າທຽມກັນໃນການຊື້ຂາຍ. |
| Profit /Loss or "P/L" or Gain/Loss - ຍອດກຳໄລຫຼືຂາດທຶນຈາກລາຍການຊື້ຂາຍທັງໝົດ (ລາຍການທີ່ໄດ້ເຮັດການປິດຮຽບຮ້ອຍແລ້ວບວກ ຫຼືລົບດ້ວຍຍອດກຳໄລຂາດທຶນຂອງລາຍການທີ່ຍັງເປີດຄ້າງຢູ່) |
| Quote - ລາຄາທີ່ຕະຫຼາດສະແດງເພື່ອເຮັດການຊື້ຂາຍ. |
| R ກັບດ້ານເທິງ |
| Rally - ການເພີ່ມຂື້ນຂອງລາຄາຫຼັງຈາກລາຄາໄດ້ຕົກລົງມາເປັນເວລາຊ່ວງໜຶ່ງ. |
| Range - ສ່ວນຕ່າໆລະຫວ່າງລາຄາສູງສຸດແລະລາຄາຕ່ຳສຸດໃນຊ່ວງເວລາໜຶ່ງ. |
| Rate - ອັດຕາສ່ວນຂອງລາຄາໃນສະກຸນເງິນໜຶ່ງເມື່ອປຽບທຽບກັບອີກສະກຸນເງິນໜຶ່ງ. |
| Resistance - ເປັນຄຳສັບທີ່ໄຊ້ໃນການວິເຄາະທາງເທັກນິກ ເຊິ່ງຈະເປັນການວິເຄາະວ່າຄົນສ່ວນຫຼາຍຈະຊື້ຂາຍໃນລາຄານີ້. |
| Revaluation - ການເພີ່ມຂື້ນຂອງຄ່າເງິນອັນເນື່ອງມາຈາກການແຊກແຊງຂອງທະນາຄານກາງ ກົງກັນຂ້າມກັບ Devaluation. |
| Risk - ຄວາມສ່ຽງໃນການປ່ຽນແປງຂອງລາຄາທີ່ບໍ່ແນ່ນອນ. |
| Risk Management - ການວິເຄາະແລະໄຊ້ທາງເທັກນິກໃນການຊື້ຂາຍໃນການຫຼຸດຄວາມສ່ຽງຕ່າງໆທີ່ອາດຈະເກີດຂື້ນ. |
| Roll-Over - ຂະບວນການໃນການຊື້ຂາຍທີ່ມີການຖີ້ມໄວ້ຂ້າມຄືນ ເຊິ່ງຂະບວນການນີ້ກໍ່ຈະມີຄ່າໄຊ້ຈ່າຍ(ຫຼືລາຍໄດ້)ຈາກສ່ວນຕ່າງດອກເບ້ຍລະຫວ່າງ 2 ສະກຸນເງິນ. |
| Round trip - ການຊື້ແລະຂາຍໃນສະກຸນເງິນໜຶ່ງໆ. |
| S ກັບດ້ານເທິງ |
| Settlement - ຂະບວນການທີ່ລາຍການຊື້ຂາຍໄດ້ຖືກບັນທຶກໄວ້ ເຊິ່ງການຊື້ຂາຍນີ້ອາດຈະບໍ່ໄດ້ແລກປ່ຽນສິນຄ້າ. |
| Short Position - ເປັນລາຍການຊື້ຂາຍທີ່ຈະໄດ້ກຳໄລເມື່ອລາຄາຂອງສິນຄ້ານັ້ນຕົກລົງມາ. |
| Spot Price - ລາຄາປະຈຸບັນ. |
| Spread - ຄວາມແຕກຕ່າງຂອງລາຄາລະຫວ່າງ bid ແລະ offer. |
| Square - ການທີ່ມີລາຍການຊື້ແລະການຂາຍທີ່ມີຄວາມດູນດ່ຽງກັນ. |
| Sterling - ຄຳສະແລງຂອງສະກຸນເງິນປອນ. |
| Stop Loss Order - ເປັນອໍເດີ່ທີ່ມີການຕັ້ງຈຸດຂາດທຶນໄວ້ເພື່ອທີ່ຈະຈຳກັດຄວາມສ່ຽງໃນກໍລະນີລາຄາບໍ່ເປັນໄປຕາມທີ່ນັກລົງທຶນວິເຄາະໄວ້ ຕົວຢ່າງ ຖ້າເປີດອໍເດີ່ຊື້ຢູ່ລາຄາ 156.27 ນັກລົງທຶນອາດຈະຕັ້ງ stop loss ໄວ້ທີ່ 155.49 ເມື່ອລາຄາຕະຫຼາດມາເຖິງລາຄານີ້ອໍເດີ່ກໍ່ຈະປິດໃຫ້ອັດຕະໂນມັດ. |
| Support Levels - ເປັນແນວຮັບທີ່ກົງກັນຂ້າມກັບແນວຕ້ານ (Resistance) ແນວຮັບນີ້ຈະເປັນແນວຮັບທີ່ນັກລົງທຶນສ່ວນຫຼາຍຈະຊື້. |
| Swap - ດອກເບ້ຍ swap ເປັນດອກເບ້ຍທີ່ເຮົາຈະໄດ້ຫຼືເສຍໄປເມື່ອເຮົາເຮັດການເປີດອໍເດີ່ປະໄວ້ຂ້າມໄວ້. |
| Swissy - ເປັນຄຳສັບສະແລງຈາກສະກຸນເງິນຝຣັ່ງຂອງປະເທດເຊີວິດເຊີແລນ. |
| T ກັບດ້ານເທິງ |
| Technical Analysis - ການວິເຄາະແນວໂນ້ມໂດຍໄຊ້ຂໍ້ມູນຕະຫຼາດຍ້ອນຫຼັງ ເຊັ່ນ: ລາຄາ, ປະລິມານຊື້ຂາຍ, ດອກເບ້ຍແລະອື່ນໆ. |
| Tick - ການປ່ຽນແປງຂອງລາຄາຂື້ນລົງໃນແຕ່ລະເທື່ອ. |
| Tomorrow Next (Tom/Next) - ການເປີດການຊື້ຂາຍສະກຸນເງິນໃນປະຈຸບັນແລະກັບມາເປີດລາຍການອີກໃນມື້ຕໍ່ມາการ ເພື່ອຫຼີກຫຼ່ຽງໃນການໄດ້ຮັບເງິນຈິງຈາກການຊື້ຂາຍນີ້. |
| Transaction Cost - ຕົ້ນທຶນໃນການເຮັດລາຍການຊື້ຂາຍສັບສິນທາງການເງິນ. |
| Transaction Date - ວັນທີ່ເຮັດລາຍການຊື້ຂາຍ. |
| Turnover - ຈຳນວນເງິນທັງໝົດທີ່ເຮັດລາຍການຊື້ຂາຍໃນຊ່ວງເວລາໜຶ່ງ. |
| Two-Way Price - ການສະແດງລາຄາ bid ແລະ offer. |
| U ກັບດ້ານເທິງ |
| US Prime Rate - ອັດຕາດອກເບ້ຍທີ່ທະນາຄານຂອງສະຫະລັດອາເມລິກາໃຫ້ລູກຄ້າຂອງອົງການກູ້ຍື້ມ. |
| Unrealized Gain/Loss - ຍອດກຳໄລຂາດທຶນສຳຫຼັບລາຍການຊື້ຂາຍທີ່ຍັງບໍ່ໄດ້ປິດໃນຂະນະນັ້ນ ຖ້າລາຍການຊື້ຂາຍນັ້ນປິດແລ້ວກໍ່ຈະເປັນກຳໄລຂາດທຶນທີ່ເກີດຂື້ນແທ້. |
| Uptick - ລາຄາຕະຫຼາດໃໝ່ທີ່ສະແດງຂື້ນມາສູງກວ່າລາຄາກ່ອນໜ້ານີ້. |
| Uptick Rule - ໃນປະເທດສະຫະລັດອາເມລິກາຈະມີເງື່ອນໄຂວ່າຈະບໍ່ສາມາດເປີດລາຍການຂາຍໄດ້ຖ້າລາຍການຊື້ຂາຍລ່າສຸດ ມີລາຄາບໍ່ຕ່ຳກວ່າລາຄາທີ່ນັກລົງທຶນກຳລັງຈະຂາຍຕໍ່ໄປ. |
| V back to top |
| Value Date - Tວັນທີ່ຕົກລົງເຮັດສັນຍາຊື້ຂາຍ ຕົວຢ່າງເຊັ່ນ: ໃນຕະຫຼາດ spot value date ຄືອີກ 2ວັນທັດໄປຫຼືອາດຈະຮ້ອງວ່າ maturity date ກໍ່ໄດ້. |
| Variation Margin - ເງິນປະກັນທີ່ທາງໂບຣກເກີ່ໃຫ້ສຳຮອງໄວ້ເມື່ອເຮັດການຊື້ຂາຍ. |
| Volatility (Vol) - ການວັດສະຖິຕິຄວາມເຄື່ອນໄຫວຂອງລາຄາໃນເວລາໃດໜຶ່ງ. |
| W back to top |
| Whipsaw - ເປັນຮູບແບບລາຄາທີ່ຂື້ນໄປຢ່າງໄວວາແລະຫຼັງຈາກນັ້ນກໍ່ຕົກລົງມາໄວເຊັ່ນດຽວກັນ. |
| Y back to top |
| Yard - ຄຳສະແລງຂອງພັນລ້ານ (Slang for a billion). |
