logotype

ການວິເຄາະຕະຫຼາດສຳຫຼັບຜູ້ເລີ່ມຕົ້ນ

ວົງຈອນຂອງເສດຖະກິດ

ວົງຈອນຂອງເສດຖະກິດ ເປັນຊ່ວງເວລາທີ່ເສດຖະກິດຂອງຕະຫຼາດໜຶ່ງມີການຂື້ນແລະລົງເປັນຮອບໆແລະວົນວຽນຊ້ຳກັນໄປເລື້ອຍໆ ເຊິ່ງປັດໃຈຫຼັກໆໃນການວິເຄາະວ່າໃນຊ່ວງເວລານັ້ນເສດຖະກິດດີຫຼືບໍ່ດີກໍ່ມັກຈະເບີ່ງໃນຊ່ວງຂອງການຂະຫຍາຍຕົວ ໃນການລົງທຶນແລະການຜະລິດ ລາຍໄດ້ຂອງປະຊາກອນ ການຈ້າງງານ ອັດຕາດອກເບ້ຍແລະອື່ນໆ ເຊິ່ງວົງຈອນຂອງເສດຖະກິດຈະແບ່ງອອກເປັນ 4 ໄລຍະຄື: ໄລຍະຂະຫຍາຍຕົວ ໄລຍະສູງສຸດ ໄລຍະເສດຖະກິດຖົດຖອຍ ແລະໄລຍະເສດຖະກິດຕົກຕ່ຳສຸດ

ໄລຍະຂະຫຍາຍຕົວ

ຫຼັງຈາກຜ່ານໄລຍະຕ່ຳສຸດແລ້ວກໍ່ຈະມາຮອດຊ່ວງຂອງການຟື້ນຟູເຊິ່ງຈະເບີ່ງໄດ້ຈາກການຂະຫຍາຍຕົວຂອງການຈ້າງງານ ແລະການຜະລິດນັກເສດຖະສາດຫຼາຍຄົນເຊື່ອວ່າໃນໄລຍະນີ້ມີອັດຕາເງິນເຟີ້ຕ່ຳ ຈົນກວ່າເສດຖະກິດມີການຂະຫຍາຍຕົວ ຈົນເຖິງຈຸດສູງສຸດ.

ໄລຍະສູງສຸດ

ໄລຍະສູງສຸດ ຫຼື ໄລຍະສູງສຸດຂອງເສດຖະກິດນີ້ເປັນຈຸດທີ່ມີອັດຕາການຈ້າງງານທີ່ສູງແລະເສດຖະກິດມີການຂະຫຍາຍຕົວຢ່າງໄວວາ ເຊິ່ງແຮງງານລວມເຖິງເງິນທຶນຂອງປະເທດເກືອບທັງໝົດຖືກໄຊ້ ໃນການຜະລິດແລະການລົງທຶນ ໃນໄລຍະນີ້ໂດຍປົກກະຕິອັດຕາເງິນເຟີ້ຈະສູງຂື້ນ.

ໄລຍະເສດຖະກິດຖົດຖອຍ

ໄລຍະເສດຖະກິດຖົດຖອຍເປັນໄລຍະທີ່ປະລິມານການຜະລິດແລພການລົງທຶນໄດ້ຫຼຸດໜ້ອຍລົງແລະມີອັດຕາການຈ້າງງານທີ່ຫຼຸດລົງ ນັກເສດຖະສາດຫຼາຍຄົນເຊື່ອວ່າໄລຍະເສດຖະກິດຖົດຖອຍນີ້ຈະກິນເວລາຕັ້ງແຕ່ 6 ເດືອນຂື້ນໄປ.

ໄລຍະເສດຖະກິດຕົກຕ່ຳສຸດ

ໄລຍະນີ້ຈະເປັນໄລຍະຫຼັງຂອງໄລຍະທີ່ເສດຖະກິດຖົດຖອຍແລະເປັນໄລຍະທີ່ມີປະລິມານການຜະລິດແລະການຈ້າງງານຕ່ຳສຸດ ເຊື່ອວ່າຊ່ວງເວລານີ້ຈະບໍ່ກິນເວລາຫຼາຍ ແຕ່ແນວໃດກໍ່ຕາມຍັງມີກໍລະນີຍົກເວັ້ນເຊັ່ນ: ເຫດການ The Great Depression ໃນຊ່ວງທົດສະວັດທີ່ 1930 ກິນເວລາເກືອບ 10 ປີ.

ວົງຈອນເສດຖະກິດທີ່ໄຊ້ເວລາດົນຈະກິນເວລາປະມານ 10 ປີຂື້ນໄປ ເຊີ່ງວົງຈອນນີ້ຈະມີການຕັ້ງຊື່ຕາມນັກວິໃຈທີ່ໄດ້ມີການສຶກສາມາ.

  • Investment cycles (7-11 ປີ) ໄດ້ສຶກສາໂດຍ ທ່ານ Clement Juglar;
  • Infrastructure investment cycles (15-25 ປີ) ໄດ້ສຶກສາໂດຍ ທ່ານ Simon Kuznets;
  • Series of Kondratieff (45-60 ປີ) ໄດ້ອະທິບາຍໂດຍນັກເສດຖະສາດຄົນຣັດເຊຍຊື່ວ່າ Nikolai Kondratiev;
  • Cycles of Forrester (200 ປີ) ໄດ້ອະທິບາຍໂດຍນັກວິສະວະກຳຄົນອາເມລິກາຊື່ວ່າ Jay Forrester.

ວົງຈອນຂອງເສດຖະກິດນີ້ຈະມີຄວາມແຕກຕ່າງກັນໃນດ້ານຂອງຊ່ວງເວລາແລະຄວາມຮຸນແຮງຂອງເຫດການໃນແຕ່ລະຊ່ວງ ສຳຫຼັບເສດຖະກິດໃນປະຈຸບັນການຂື້ນລົງຂອງການດຳເນີນທຸລະກິດຈະເຫັນໄດ້ຢ່າງຊັດເຈນແລະໃນຊ່ວງຂອງວິກິດຈະກິນເວລາດົນຂື້ນ ແຕ່ຄວາມຮຸນແຮງກໍ່ໄດ້ຫຼຸດລົງຄືກັນໂດຍສ່ວນຫຼາຍໃນຊ່ວງວິກິດຄວາມຮຸນແຮງຈະເກີດຂື້ນຄ້າຍຄືກັບໃນໄລຍະເສດຖະກິດຖົດຖອຍ ເທົ່ານັ້ນ.

ນອກຈາກການປ່ຽນແປງໃນການດຳເນີນທຸລະກິດທີ່ມີຜົນທັງທາງກົງແລະທາງອ້ອມກັບວົງຈອນເສດຖະກິດແລ້ວຍັງມີປັດໃຈອື່ນທີ່ຍັງມີ ຜົນກະທົບກັບວົງຈອນນີ້ອີກຕົວຢ່າງທີ່ສຳຄັນເຊັ່ນ:ລະດູການແລະແນວໂນ້ມການປ່ຽນແປງໃນໄລຍະຍາວ ປັດໃຈດ້ານລະດູການເຊັ່ນ ເມື່ອຮອດຊ່ວງຄິດສະມາດຫຼືຊ່ວງເທສະການອິສເຕີ່ກໍ່ຈະມີການຊື້ຂາຍເພີ່ມຂື້ນຈາກມື້ທຳມະດາ ອຸດສະຫະກຳອື່ນໆເຊັ່ນ:ອຸດສະຫະກຳກະເສດແລະລົດຍົນກໍ່ໄດ້ຮັບຜົນກະທົບຈາກລະດູການນີ້ ສ່ວນແນວໂນ້ມການປ່ຽນແປງ ໃນໄລຍະຍາວຈະກ່ຽວຂ້ອງກັບການເຕີບໃຫ່ຍຂອງເສດຖະກິດວ່າມີໜ້ອຍຫຼືຫຼາຍປານໃດ.

ວົງຈອນເສດຖະກິດສ່ວນຫຼາຍຈະກ່ຽວຂ້ອງກັບຜະລິດຕະພັນລວມພາຍໃນປະເທດ (GDP) ແລະເປັນດັດຊະນີຊີ້ວັດຢ່າງໜຶ່ງ ທີ່ມີປະສິດທິພາບເຊິ່ງໃນຊ່ວງເສດຖະກິດຂະຫຍາຍຕົວນີ້ກໍ່ຈະມີ GDP ທີ່ສູງຂື້ນຕາມລຳດັບ ໂດຍປົກະຕິໃນຊ່ວງຕັ້ງແຕ່ 6 ເດືອນເປັນຂື້ນໄປ ຖ້າການເຕີບໃຫ່ຍຂອງ GDP ຫຼຸດລົງ ເສດຖະກິດກໍ່ຈະມີການຫົດຕົວລົງຄືກັນ.

ໃນວົງຈອນເສດຖະກິດທີ່ກິນເວລາດົນໆເຊັ່ນ 50-60ປີນັ້ນກໍ່ມັກຈະປະກອບດ້ວຍວົງຈອນເສດຖະກິດຍ່ອຍໆ ທີ່ກິນເວລາປະມານ 10ປີວົງຈອນນີ້ສຶກສາໂດຍ ນັກເສດຖະສາດຄົນຣັສເຊຍຊື່ Kondraty ໂດຍວົງຈອນເສດຖະກິດທີ່ຍາວນານນັ້ນຈະມີພື້ນຖານການປ່ຽນແປງຂອງຄວາມຕ້ອງການທາງດ້ານເຕັກໂນໂລຢີ່, ການອອກແບບແລະຜະລິດຕະພັນເຊິ່ງໃນການປ່ຽນແປງຂອງຍຸກອຸດສະຫະກຳຊ່ວງຫຼັງນັ້ນຈະກົງກັບຄື່ນທີ່ 5 ທີ່ຍາວທີ່ສຸດ ໃນວົງຈອນຂອງ Kondratyev ສຳຫຼັບໃນຊ່ວງຂອງການເລີ່ມຕົ້ນໃນວົງຈອນໃໝ່ນັ້ນຈະກ່ຽວຂ້ອງກັບການປ່ຽນແປງ ໂຄງສ້າງເສດຖະກິດໃນດ້ານເທັກໂນໂລຢີ່ທາງວິທະຍາສາດເປັນຫຼັກ.

ການວິເຄາະກຣາຟ

ກຣາຟລາຄາແມ່ນການສະແດງລາຄາລຽງລຳດັບຕາມເວລາໄປເລື້ອຍໆ ເຊິ່ງຄວາມຖີ່ໃນການສະແດງລາຄາຈະຂື້ນຢູ່ກັບຊ່ວງເວລາທີ່ເຮົາເລືອກເຊັ່ນ: 5 ນາທີ, 25 ນາທີ, 1 ຊົ່ວໂມງ.

ປະເພດຂອງກຣາຟ

ກຣາຟທັງໝົດມີຢູ່ 3 ປະເພດ:

  • ກຣາຟເສັ້ນ(Line) (Fig.1)
  • ກຣາຟແທ່ງບາຣ໌(Bars) (Fig.2)
  • ກຣາຟແທ່ງທຽນ(Candlesticks) (Fig.3)

ກຣາຟແທ່ງບາຣ໌ແລະກຣາຟແທ່ງທຽນຈະມີລາຍລະອຽດຂອງລາຄາຫຼາຍກວ່າເຊັ່ນ: ລາຄາເປີດ,ລາຄາປິດ,ລາຄາຕ່ຳສຸດແລະລາຄາສູງສຸດຂອງແຕ່ລະຊ່ວງເວລາ.

ແນວຮັບແລະແນວຕ້ານ (Support and resistance)

ແນວຮັບແລະແນວຕ້ານນັ້ນຈະເປັນລາຄາທີ່ຍາກທີ່ຈະຫຼຸດລົງຫຼືທະລຸຂື້ນໄປໄດ້ ໃນຕະຫຼາດທີ່ມີການເຄື່ອນໄຫວຂອງລາຄາທີ່ບໍ່ຜັນຜວນຫຼາຍກໍ່ຈະເຫັນແນວຮັບແນວຕ້ານໄດ້ຊັດເຈນ ເຊິ່ງແນວຮັບແນວຕ້ານຈະເປັນລະດັບຂອງການສະໜອງແລະຄວາມຕ້ອງການສ່ຳກັນ ແນວໃດກໍ່ຕາມເມື່ອລາຄາລາຄາມີການທະລຸແນວຮັບຫຼືແນວຕ້ານ ແນວຮັບເກົ່າກໍ່ຈະກາຍເປັນແນວຕ້ານໃໝ່   (ຮູບທີ່ 4)ແລະແນວຕ້ານເກົ່າກໍ່ຈະກາຍເປັນແນວຮັບໃໝ່ (ຮູບທີ່ 5).

ນອກຈາກນີ້ລາຄາຕ່ຳສຸດແລະສູງສຸດໃນຊ່ວງເວລາໜຶ່ງກໍ່ສາມາດເປັນແນວຮັບແລະແນວຕ້ານໄດ້ (ຮູບທີ່ 6 ແລະ 7) ເມື່ອລາຄາໄດ້ເຂົ້າໄປໄກ້ຈຸດຕ່ຳສຸດຫຼືຈຸດສູງສຸດນີ້ ຕະຫຼາດຈະຈື່ໄດ້ວ່າຈຸດນີ້ແຮງຊື້ແລະແຮງຂາຍມີຄວາມໄກ້ຄຽງກັນ ແລະເມື່ອລາຄາເຖິງແນວຮັບຄົນສ່ວນຫຼາຍກໍ່ຈະເລີ່ມຊື້ແລະເມື່ອລາຄາເຖິງແນວຕ້ານຄົນສ່ວນຫຼາຍກໍ່ຈະຂາຍ ແຕ່ຖ້າລາຄາໄດ້ທະລຸແນວຮັບຫຼືແນວຕ້ານຈະເກີດສັນຍານວ່າລາຄາຈະອ່ອນຕົວ ຫຼືແຂງຄ່າຂື້ນໄປໄດ້ຫຼາຍຂື້ນອີກ.



ໂດຍປົກກະຕິຖ້າລາຄາມີການທະລຸແນວຮັບຫຼືແນວຕ້ານ (breakout) ແລ້ວລາຄາອາດຈະເດັ້ງກັບໄປບ່ອນເກົ່າໄດ້ ເຊິ່ງເຮົາຄວນຈະຕ້ອງມີເງື່ອນໄຂໃນການກວດສອບກ່ອນວ່າລາຄານັ້ນມີໂອກາດທະລຸແນ່ນອນ ເງື່ອນໄຂອາດຈະເປັນເມື່ອແທ່ງລາຄາຈຳນວນ 2-3 ແທ່ງຕິດກັນໄດ້ທະລຸແນວຮັບຫຼືແນວຕ້ານລົງມາແລ້ວກໍ່ໄດ້ ເຊິ່ງເງື່ອນໄຂກໍ່ມີຫຼາກຫຼາຍປະເພດດ້ວຍກັນເຊັ່ນ ອາດຈະເບີ່ງຈຳນວນຈຸດທີ່ທະລຸແນວຮັບຫຼືແນວຕ້ານຫຼືເບີ່ງລາຄາທີ່ທະລຸອອກມາວ່າເປັນທໍ່ໃດ.

ຈາກຮູບທີ່ສະແດງແນວຮັບຫຼືແນວຕ້ານ ກຣາຟແທ່ງບາຣ໌ Bars (ຮູບທີ່.9), ກຣາຟແທ່ງທຽນ candlesticks (ຮູບທີ່.10), ຈຸດຕ່ຳສຸດ (ຮູບທີ່.11) ແລະຈຸດສູງສຸດ (ຮູບທີ່.12) ແລະຍັງສາມາດໄຊ້ເປັນເສັ້ນແຮງຮັບແລະແຮງຕ້ານອີກດ້ວຍ.

ແນວໂນ້ມ (Trend)

ໃນການທີ່ຈະເບີ່ງວ່າລາຄານັ້ນມີແນວໂນ້ມຂາຂື້ນຫຼືຂາລົງນັ້ນກໍ່ຈະມີວິທີສັງເກດຖ້າເປັນແນວໂນ້ມຂື້ນຈຸດຕ່ຳສຸດຂອງ ລາຄາປະຈຸບັນຈະຢູ່ສູງກວ່າຈຸດຕ່ຳສຸດຂອງໂຕກ່ອນແລະຈຸດສູງສຸດຂອງ ປະຈຸບັນກໍ່ຈະຢູ່ສູງກວ່າຈຸດສູງສຸດຂອງໂຕກ່ອນ ສ່ວນແນວໂນ້ມຂາລົງນັ້ນຈຸດຕ່ຳສຸດຂອງປະຈຸບັນຈະຢູ່ຕ່ຳກວ່າຈຸດຕ່ຳສຸດຂອງໂຕກ່ອນແລະຈຸດສູງສຸດຂອງປະຈຸບັນ ກໍ່ຈະຢູ່ຕ່ຳກວ່າຈຸດສູງສຸດຂອງໂຕກ່ອນ.

ຊ່ວງຂອງການຊື້ຂາຍ (Trading range)

ຊ່ວງຂອງການຊື້ຂາຍນັ້ນຈະບໍ່ຄືກັບເສັ້ນແນວໂນ້ມເຊິ່ງຊ່ວງຂອງການຊື້ຂາຍນັ້ນຈະເປັນເສັ້ນແນວນອນລາກຜ່ານ ຈຸດຕ່ຳສຸດແລະຈຸດສູງສຸດທີ່ຢູ່ໃນລະດັບດຽວກັນຫຼາຍຈຸດຕໍ່ເນື່ອງກັນໃນຊ່ວງເວລານັ້ນ (ຮູບທີ່ 15)