logotype

ປະຕິທິນ Metaquotes

 

 

ປະຕິທີນເປັນເຄື່ອງມືທາງຂໍ້ມູນທີ່ມີປະສິດທິພາບທີ່ຈະຊ່ວຍທ່ານວິເຄາະແນວໂນ້ມຂອງເຫດການໃນຕະຫຼາດ ແລະ ວາງເປົ້າໝາຍການຕັດສິນໃຈທີ່ດີໃນການເທຣດໄດ້

ການໃຊ້ງານເພື່ອຕີຄວາມໝາຍຂ່າວທາງເສດຖະກິດຮອບໂລກນັ້ນເຮັດໄດ້ບໍ່ຍາກ ເນື່ອງຈາກ ໃນປະຕິທີນຈະສະແດງຂໍ້ມູນດັ່ງນີ້:

  1. ເວລາທີ່ຂ່າວອອກ
  2. ສະກຸນເງິນອາດສົ່ງຜົນກະທົບ
  3. ຄວາມສຳຄັນຂອງການອອກຂ່າວ (ຈາກສີຕ່າງໆ)
  4. ການຕີຄວາມໝາຍເບື້ອງຕົ້ນວ່າຄ່າເງິນຈະມີຄວາມຜັນຜວນແນວໃດຈາກຕົວຊີ້ວັດກ່ອນໜ້ານີ້ ຕົວຊີ້ວັດການຄາດການ ແລະ ຕົວຊີ້ວັດທີ່ເກີດຂື້ນແທ້
  5. ພາບລາວຂອງຂ່າວ (ຂໍ້ມູນທົ່ວໄປ ປະຫວັດມູນຄ່າຈາກຕອນເລີ່ມຕົ້ນ ແລະ ມູນຄ່າດຽວກັນທີ່ສະແດງໃນກຣາບ)

ສອງຂໍ້ທຳອິດເປັນສີ່ງທີ່ເຂົ້າໃຈໄດ້ ແຕ່ຂໍ້ທີ່ເຫຼືອຈະຕ້ອງມີການອະທິບາຍເພີ່ມເຕີມ

ໃນຂໍ້ #3 ການໃຊ້ສັນຍາລັກຂອງສີມີຄວາມສຳຄັນຫຼາຍເມື່ອຈະຕ້ອງລະບຸວ່າຂ່າວໃດທີ່ຄວນຈະພິຈາລະນາຢ່າງໃກ້ຊິດ ແລະ ຂ່າວໃດທີ່ບໍ່ຈຳເປັນ

ສີຂາວ ສະແດງເຖີງມື້ພັກ ແລະ ບໍ່ມີຂ່າວສຳຄັນ
ສີເທົາ ສະແດງຂ່າວລະດັບຄວາມສຳຄັນຕໍ່າ ເປັນຂ່າວທີ່ບໍ່ຄ່ອຍມີຜົນກະທົບກັບຄ່າເງິນ
ສີສົ້ມ ສະແດງເຖີງຂ່າວທີ່ມີຄວາມສຳຄັນລະດັບກາງ ຂ່າວອາດສົ່ງຜົນຕໍ່ລາຄາ ມັກຂື້ນກັບດັດສະນີທີ່ເກີດຂຶ້ນໃນຕອນທີ່ໃຊ້ທຽບກັບລາຄາການຄາດການລ່ວງໜ້າ
ສີແດງ ສະແດງເຖີງຂ່າວທີ່ມີຄວາມສຳຄັນຫຼາຍ ເພາະ ເມື່ອອອກຂ່າວກໍ່ຈະເກີດຜົນກະທົບຕໍ່ລາຄາໂດຍກົງຈົນເກີດຜົນກະທົບຕໍ່ຕະຫຼາດຢ່າງໄວ ຂ່າວປະເພດນີ້ມີຄວາມສຳຄັນຫຼາຍ ແລະ ຄວນລະວັງໃຫ້ຄວາມສົນໃຈຢ່າງໃກ້ຊິດ

ຂໍ້ #4 ມີຄວາມາສຳໝາຍເມື່ອມີການພິຈາລະນາດັດສະນີທີ່ເກີດຂຶ້ນກັບທີ່ຄາດການໄວ້ລ່ວງໜ້າ ກໍລະນີຄ່າເກີດຂຶ້ນແທ້ເມື່ອງຂ່າວຖືກປະກາດອອກມາແຕກຕ່າງຈາກຄ່າທີ່ຄາດການໃວ້ ຕະຫຼາດກໍ່ຈະເຄື່ອນໄຫວຊັນເຈນ

ນອກຈາກນີ້ ຖ້າກົດທີ່ຊື່ຂ່າວ ກໍ່ສາມາດເບີ່ງພາບລວມ ແລະ ຂໍ້ມູນຍ້ອນຫຼັງເຊີ່ງຈະຊ່ວຍໃຫ້ທ່ານເຂົ້າໃຈວ່າເປັນຫຍັງຂ່າວຈື່ງສົ່ງຜົນກະທົບຕໍ່ຕະຫຼາດໄດ້

ການມີຂໍ້ມູນກ່ຽວກັບປະຕິທີນນັ້ນຈະເຮັດໃຫ້ສາມາດຈັດການຄວາມສ່ຽງໄດ້ຢ່າງມີປະສິດທິພາບ ແລະ ເຂົ້າໃຈວ່່າຂ່າວໃດຈະສົ່ງຜົນກະທົບຕໍ່ຕະຫຼາດເພື່ອຈະວາງແຜນການເທຣດໃຫ້ເໝາະສົມໄດ້

ປະຕິທີນເສດຖະກິດໂລກ

Economic Calendar by Myfxbook.com

 

ປະຕິທິນນີ້ເປັນຂໍ້ມູນທີ່ມີປະສິດທິພາບຫຼາຍທີ່ຈະຊ່ວຍໃຫ້ທ່ານຄາດການຄວາມປ່ຽນແປງຂອງຕະຫຼາດໃນອານາຄົດ ແລະ ພິຈາລະນາໃນການຕັດສິນໃຈເທຣດໄດ້

ເປັນຫຍັງຈື່ງຕ້ອງໃຊ້ ?

  • ສາມາດປັບແຕ່ງໄດ້ຢ່າງສົມບູນ
    ທ່ານສາມາດປັບແຕ່ງຕົວແປຕ່າງໆຂອງປະຕິທີນໄດ້ຕາມຕ້ອງການ ໂດຍການກົດທີ່ປຸ່ມ More ໂດຍທ່ານສາມາດເລືອກໃຫ້ສະແດງເຫດການໃດກໍ່ໄດ້ (ຜົນກະທົບສູງ/ກາງ/ຕໍ່ ຫຼື ບໍ່ມີຜົນ) ແລະ ເລືອກສະກຸນເງິນທີ່ອາດໄດ້ຮັບຜົນກະທົບຈາກຂ່າວໄດ້
  • ມີປະໂຫຍດ
    ກົດທີ່ສ່ວນໃດຂອງຂ່າວກໍ່ໄດ້ ທ່ານຈະເຫັນຕົວຢ່າງຂໍ້ມູນອື່ນໝ ວ່າເປັນຂ່າວກ່ຽວກັບຫຍັງ ກະທົບຕໍ່ສະກຸນເງິນໃດ ແລະ ຍ້ອນຫຍັງ
  • ໃຊ້ຜ່ານອຸປະກອນເຄື່ອນທີ່ໄດ້
    ທ່ານສາມາດດາວໂຫຼດປະຕິທິນທີ່ (Android ຫຼື iPhone) ໄດ້ຢ່າງງ່າຍ ທ່ານຈື່ງສາມາດຕິດຕາມຂ່າວສານລ່າສຸດໄດ້ຢ່າງໃກ້ຊິດ

ຂໍ້ມູນຕາມປະຕິທິນອາດມີປະສິດທິພາບສຳລັບທ່ານໃນການເຊື່ອມຕໍ່ກັບປະຕິທິນ Metaquotes ການໃຊ້ຢ່າງສົມເຫດສົມຜົນຈະຊ່ວຍໃຫ້ທ່ານປະສົບຜົນສຳເລັດໃນການເທຣດໄດ້