logotype

ນະໂຍບາຍ AML

ການຟອກເງິນເປັນບັນຫາໃຫ່ຍເຊີ່ງກ່ຽວຂ້ອງກັບເງິນຈຳນວນຫຼາຍເຖີງ 5 ແສນລ້ານດອນລ່າໃນແຕ່ລະປີ ນະໂຍບາຍການຕໍ່ຕ້ານການສະໜັບສະໜູນທາງການເງິນແກ່ຜູ້ກໍ່ການຮ້າຍແລະການຟອກເງິນຖືກກຳນົດໂດຍ Financial Action Task Force (FATF) ຮູ້ຈັກກັນໃນຊື່ຝຣັ່ງເສດວ່າ Groupe d'action financière (GAFI) ເປັນອົງກອນລະຫວ່າງປະເທດ ກໍ່ຕັ້ງໂດຍ G7 ມີສຳນັກງານໃຫ່ຍຢູ່ທີ່ OECD ໃນເມືອງປາຣີສ໌ ປະເທດຝຣັ່ງເສດ.

FXCL Markets Ltd. ໄດ້ດຳເນີນການຕາມມາດຕະການສູງສຸດຂອງ MONEYVAL (Committee of Experts on the Evaluation of Anti-Money Laundering Measures and the Financing of Terrorism, Council of Europe) ແລະ FATF ໃນການປ້ອງກັນການຟອກເງິນລະຫວ່າງປະເທດລວມເຖີງການປ້ອງກັນການສະໜັບສະໜູນທາງການເງິນແກ່ຜູ້ກໍ່ການຮ້າຍໃນສ່ວນຂອງການຮັບແລກປ່ຽນສະກຸນເງິນ

 

ແລະເພື່ອຈຸດປະສົງດັ່ງກ່າວ FXCL Markets Ltd. ໄດ້ພັດທະນາລະບົບໃນການກວດສອບແລະຍືນຍັນຕົວຕົນຂອງລູກຄ້າແລະການເກັບປະຫວັດທຸລະກຳທາງການເງິນຢ່າງລະອຽດ ບໍລິສັດ FXCL ໄດ້ເຮັດລາຍງານທຸລະກຳທາງການເງິນສະເພາະລາຍການທີ່ໜ້າສົງໃສໄປໃຫ້ໜ່ວຍງານທີ່ກ່ຽວຂ້ອງເພື່ອເປັນຫຼັກຖານໃນການດຳເນີນການທາງດ້ານກົດໝາຍຕໍ່ໄປ

 

ທາງບໍລິສັດບໍ່ສາມາດດຳເນີນການທາງການເງິນກັບປະເທດທີ່ບໍ່ໃຫ້ຄວາມຮ່ວມມືທາງດ້ານການຕໍ່ຕ້ານການຟອກເງິນແລະການຕໍ່ຕ້ານການສະໜັບສະໜູນທາງການເງິນແກ່ຜູ້ກໍ່ການຮ້າຍໄດ້ ເຊີ່ງລາຍຊື່ປະເທດເຫຼົ່ານີ້ຢູ່ໃນບັນຊີຂອງ NCCTs ("Non-Cooperative Countries or Territories") ເຊີ່ງອອກໃຫ້ໂດຍ FATF ໃນປີ2000 ດັ່ງນັ້ນ FXCL Markets Ltd. ຈິ່ງບໍ່ສາມາດຮັບເງິນຝາກຈາກລູກຄ້າຈາກປະເທດເຫຼົ່ານີ້ໄດ້:

  • ສາທາລະນະລັດຄິວບາ
  • ສາທາລະນະລັດອິດສະລາມອັບການິສະຖານ
  • ສາທາລະນະລັດຊູດານ
  • ສາທາລະນະລັດປະຊາທິປະໄຕປະຊາຊົນເກົາຫຼີ
  • ສາທາລະນະລັດອີລັກ
  • ສາທາລະນະລັດອິດສະລາມແຫ່ງອີຫຼ່ານ
  • ລັດລິເບຍ
  • ສາທາລະນະລັດອາຫຼັບຊີເຣຍ
  • ສາທາລະນະລັດເຍເມນ
  • ສະຫະພັນສາທາລະນະລັດໂຊມາເລຍ
  • ລັດປາເລສໄຕນ໌

ການປະຕິເສດການຖອນເງິນ

ທາງບໍລິສັດມີສິດທີ່ຈະປະຕິເສດການດຳເນີນການທາງທຸລະກຳທາງການເງິນໃນທຸກຂັ້ນຕອນໃນກໍລະນີທຸລະກຳນັ້ນກ່ຽວຂ້ອງກັບອາດສະຍາກຳຫຼືການຟອກເງິນ ເຈົ້າໜ້າທີ່ຂອງພວກເຮົາມີຄວາມຊ່ຽວຊານໃນການຕໍ່ຕ້ານການຟອກເງິນລວມໄປເຖີງອາດສະຍາກຳທາງການເງິນອື່ນໆ ເຊີ່ງເຮົາອາດຈະປະຕິເສດການຖອນເງິນຫຼືຕ້ອງການຫຼັກຖານເພີ່ມເຕີມເພື່ອກວດສອບວ່າເຈົ້າຂອງບັນຊີເທຣດເປັນຄົນໆດຽວກັບຄົນທີ່ແຈ້ງການຖອນເງິນ.

ກົດລະບຽບຂອງບໍລິສັດມີຄວາມເຂັ້ມງວດໃນການປ້ອງກັນຂໍ້ມູນສ່ວນຕົວຂອງລູກຄ້າຈາກບຸກຄົນອື່ນ ແລະທາງບໍລິສັດຂໍສະຫງວນລິຂະສິດໃນການປະຕິເສດ ໃນການໃຫ້ຂໍ້ມູນສ່ວນຕົວຂອງລູກຄ້າ ຫຼືສອບຖາມຂໍ້ມູນເພີ່ມເຕີມເພື່ອໃຫ້ແນ່ໃຈວ່າບໍ່ມີບຸກຄົນອື່ນເຂົ້າມາກ່ຽວຂ້ອງ.

ການດຳເນີນການຕ່າງໆທັງໝົດຂອງບໍລິສັດມີຈຸດປະສົງເພື່ອການປ້ອງກັນ, ກວດສອບ ແລະບັນເທົາການຟອກເງິນແລະການສະໜັບສະໜູນທາງການເງິນກັບການກໍ່ການຮ້າຍ ແລະພວກເຮົາດຳເນີນການຕາມລະບຽບ AML ຢ່າງເຂັ້ມງວດໂດຍສະເພາະດ້ານການແລກປ່ຽນສະກຸນເງິນ.