facebook banner
logotype

ລາງວັນ IB

ຮ່ວມເປັນສ່ວນໜຶ່ງຂອງການຊິງລາງວັນ IB ກັບພວກເຮົາ ເພື່ອຮັບລາງວັນສູງເຖີງ $1,000 ເຂົ້າບັນຊີ IB ຂອງທ່ານ

ສະໝັກ IB

ໃນແຕ່ລະໄຕມາດ ພວກເຮົາມີການມອບລາງວັນໃຫ້ກັບ IB ທີ່ມີຜົນງານຍອດຢ້ຽມ ຜູ້ທີ່ຈະເຂົ້າຊິງລາງວັນຈະຕ້ອງມີຄຸນສົມບັດດັ່ງນີ້:

ລາງວັນ Volume Hit

ລາງວັນສຳຫຼັບຍອດເທຣດສູງສຸດ

IB ທີ່ມີສະມາຊິກມີຍອດເທຣດທີ່ປິດອໍເດີ່ແລ້ວຈຳນວນ N lots ລະຫວ່າງໄຕມາດ ຈະໄດ້ຮັບລາງວັນເມື່ອສິ້ນສຸດໄຕມາດ ໂດຍເງື່ອນໄຂແລະລາງວັນສຳຫຼັບຜູ້ເຂົ້າຮ່ວມມີດັ່ງຕໍ່ໄປນີ້:

ລະດັບ ເງື່ອນໄຂ ລາງວັນ
Prime ຫຼາຍກວ່າ 200 Standard lots ຕໍ່ໄຕມາດ $300
Advanced ຫຼາຍກວ່າ 300 Standard lots ຕໍ່ໄຕມາດ $500
Pro ຫຼາຍກວ່າ 500 Standard lots ຕໍ່ໄຕມາດ $1,000

ລາງວັນ Best Leader

ລາງວັນສຳຫຼັບຈຳນວນຜູ້ມີສະມາຊິກຫຼາຍທີ່ສຸດ

IB ທີ່ແນະນຳສະມາຊິກໃໝ່ໄດ້ຫຼາຍກວ່າ N ທ່ານ ລະຫວ່າງໄຕມາດ ຈະໄດ້ຮັບລາງວັນເມື່ອສິ້ນສຸດໄຕມາດ ໂດຍເງື່ອນໄຂແລະລາງວັນສຳຫຼັບຜູ້ເຂົ້າຮ່ວມມີດັ່ງຕໍ່ໄປນີ້:

ລະດັບ ເງື່ອນໄຂ ລາງວັນ
Prime ແນະນຳສະມາຊິກຫຼາຍກວ່າ 10 ທ່ານຕໍ່ໄຕມາດ $300
Advanced ແນະນຳສະມາຊິກຫຼາຍກວ່າ 20 ທ່ານຕໍ່ໄຕມາດ $500
Pro ແນະນຳສະມາຊິກຫຼາຍກວ່າ 30 ທ່ານຕໍ່ໄຕມາດ $1,000

* ນັບສະເພາະສະມາຊິກໃໝ່ທີ່ໄດ້ເທຣດແລະຝາກເງິນຕັ້ງແຕ່ $300 ຂື້ນໄປ.

ລາງວັນ Net Victory

ລາງວັນສຳຫຼັບຜູ້ມີຍອດຝາກສູງສຸດ

IB ທີ່ສະມາຊິກມີການຝາກເງິນຫຼາຍກວ່າ N ລະຫວ່າງໄຕມາດ ຈະໄດ້ຮັບລາງວັນເມື່ອສິ້ນສຸດໄຕມາດ ໂດຍເງື່ອນໄຂແລະລາງວັນສຳຫຼັບຜູ້ເຂົ້າຮ່ວມມີດັ່ງຕໍ່ໄປນີ້:

ລະດັບ ເງື່ອນໄຂ ລາງວັນ
Prime ຍອດຝາກຫຼາຍກວ່າ $10,000 ຕໍ່ໄຕມາດ $300
Advanced ຍອດຝາກຫຼາຍກວ່າ $20,000 ຕໍ່ໄຕມາດ $500
Pro ຍອດຝາກຫຼາຍກວ່າ $30,000 ຕໍ່ໄຕມາດ $1,000

* ຍອດຝາກສຸດທິຄິດໄລ່ໄດ້ດັ່ງນີ້: ລວມຍອດຝາກຍອດ = ຝາກ - ຍອດຖອນ

ລາງວັນ Additional Efforts

ຄ່າຕອບແທນເພີ່ມເຕີມສຳຫຼັບຜົນການພັດທະນາ

ຢ່າຢຸດຄວາມພະຍາຍາມໃນການຊິງລາງວັນຂ້າງຕົ້ນ ທ່ານຍັງສາມາດຮັບລາງວັນໄດ້ທຸກເວລາ ໃນກໍລະນີທີ່ຜົນປະກອບການໃນໄຕມາດປະຈຸບັນຂອງທ່ານນັ້ນສູງກວ່າຜົນປະກອບການໃນໄຕມາດກ່ອນໜ້າ 20% ເປັນຕົ້ນໄປ ທ່ານຈະໄດ້ຮັບລາງວັນເພີ່ມຂື້ນອີກ 10% ຈື່ໄວ້ສະເໝີວ່າ ລາງວັນ Additional Efforts ຈະໄດ້ຮັບສະເພາະ IB ທີ່ເຄີຍໄດ້ລາງວັນຈາກໄຕມາດກ່ອນໜ້ານີ້ເທົ່ານັ້ນ.

ເງື່ອນໄຂຫຼັກຂອງໂປຣແກມ

  • ໄລຍະເວລາແຕ່ລະໄຕມາດ: ໄຕມາດທີ່ໜຶ່ງ ວັນທີ່ 1 ມັງກອນ ເຖີງ 31 ມີນາ, ໄຕມາດທີ່ສອງ 1 ເມສາ ເຖີງ 30 ມີຖຸນາ, ໄຕມາດສາມ 1 ກໍລະກົດ ເຖີງ 30 ກັນຍາ, ໄຕມາດທີ່ສີ່ 1 ຕຸລາເຖີງ 31 ທັນວາ.
  • ໃນການເຂົ້າຮ່ວມຊີງລາງວັນ IB (IB Reward) ທາງ IB ຈະຕ້ອງເຮັດການລົງທະບຽນພາຍໃນໄຕມາດນັ້ນກ່ອນ ໂດຍສົ່ງເລກບັນຊີ IB ເຂົ້າມາອີເມລ partner@fxclearing.com
  • ລາງວັນຈະຖືກເພີ່ມເຂົ້າຢູ່ຍອດ Balance ຂອງບັນຊີ IB ພາຍໃນ 15 ວັນຂອງໄຕມາດຕໍ່ໄປ.
  • ໃນການເຂົ້າຮ່ວມໂປຣແກມລາງວັນ IB IB ນັ້ນຈະຕ້ອງມີຄຸນສົມບັດຕາມເງື່ອນໄຂຂັ້ນຕ່ຳຂອງລາງວັນແຕ່ລະປະເພດກ່ອນ. (ມີການແນະນຳລູກຄ້າໃຫມ່ແລະມີການເທຣດຕັ່ງແຕ່ 5 ຄົນຂຶ້ນໄປໃນໄຕມາດນັ້ນໆ)
  • IB ແຕ່ລະທ່ານສາມາດເຂົ້າຮ່ວມໄດ້ເທື່ອລະ 1 ລາງວັນໃນໄຕມາດໜຶ່ງໆເທົ່ານັ້ນ.
  • ການເຂົ້າຊິງລາງວັນຂອງ IB ແຕ່ລະທ່ານຈະຖືກເລືອກອັດຕະໂນມັດ ໃນກໍລະນີທີ່ IB ໄດ້ຮັບລາງວັນ 2 ໄຕມາດຕິດກັນຈາກລາງວັນຄົນລະປະເພດ IB ທ່ານນັ້ນຈະບໍ່ສາມາດເຂົ້າຮ່ວມຮັບລາງວັນ Additional Efforts ໄດ້.
  • ພວກເຮົາຂໍສະຫງວນລິຂະສິດໃນການປະກາດຜົນລາງວັນຜ່ານທາງເວັບໄຊຂອງພວກເຮົາ ເຊີ່ງການປະກາດຜົນລາງວັນນັ້ນຈະລວມໄປເຖີງຊື່ຜູ້ເຂົ້າຮ່ວມ ຊື່ຜູ້ໄດ້ຮັບລາງວັນ ແລະຈຳນວນລາງວັນ.
  • ຖ້າຫາກພວກເຮົາກວດພົບວ່າທ່ານລະເມີດກົດຂອງໂປຣແກມລາງວັນ IB ເຊີ່ງມີຄວາມພະຍາຍາມໃນການສໍ້ໂກງລະບົບ ຈະຖືກຕັດສິດລາງວັນ IB ແລະຖືກຕັດສິດໃນການເປັນ IB.
  • ບໍລິສັດຂໍສະຫງວນລິຂະສິດໃນການພິຈາລະນາແລະດຳເນີນການທຸກກໍລະນີເຖີງວ່າຈະບໍ່ໄດ້ລະບຸຢູ່ເງື່ອນໄຂໂດຍບໍ່ຕ້ອງແຈ້ງໃຫ້ຊາບລ່ວງໜ້າ.
  • ໂປແກຼມລາງວັນ IB ສາມາດໃຊ້ໄດ້ຈົນຮອດ ວັນທີ 31.03.2018.

ຖ້າຫາກທ່ານມີຄຳຖາມເພີ່ມເຕີມ ຢ່າລັງເລທີ່ຈະຕິດຕໍ່ທີມງານ ຊັບພອດ.