- ໜ້າຫຼັກ
- ກະທູ້
ບົດຄວາມລ່າສຸດ
ເຮົາມາຮຽນຮູ້ເພີ່ມເຕີມກ່ຽວກັບເຕັກນິກ 5 ແທ່ງທຽໜທີ່ໃຊ້ໃນການກວດສອບຄຸນນະພາບຂອງສັນຍານເທຣດ ກ່ອນອ່ານບົດຄວາມນີ້ກະລຸນາອ່ານບົດຄວາມທີແລ້ວກ່ອນ
ກັບມາສູ່ພື້ນຖານຂອງການວິເຄາະປັດໄຈທາງເຕັກນິກ ນັ້ນຄືການອ່ານ ແລະ ເຂົ້າໃຈແທ່ງທຽນຍີປຸ່ນ ເພື່ອໃຫ້ເຂົ້າໃຈແນວຄິດຂອງບົດຄວາມນີ້ຢ່າງແທ້ຈິງ ກະລຸນາອ່ານບົດຄວາມສະບັບທີ່ແລ້ວຂອງເຮົາກ່ອນ ມື້ນີ້ເຮົາຈະເວົ້າເຖິງເລື່ອງຈິດຕະວິທະຍາຂອງຕະຫຼາດ ທ່ານຈະໄດ້ຮຽນຮູ້ວິທີເຮັດຄວາມເຂົ້າໃຈອາລົມຂອງເທຣດເດີໂດຍການໃຊ້ແທ່ງທຽນ ຊຶ່ງຈະຊ່ວຍໃຫ້ການຄາດການພຶດຕິກຳລາຄາໃນອານາຄົດໄດ້ແນ່ນອນຫຼາຍຍິ່ງຂຶ້ນ
ກ່ອນໜ້ານີ້ໃນບຣ໊ອກຂອງເຮົາໄດ້ເວົ້າເຖິງໂຄງສ້າງຂອງແທ່ງທຽນຍີປຸ່ນ ແລະ ຮູບແບບຫຼັກໆຂອງແທ່ງທຽນໄປແລ້ວ ແຕ່ແນວໃດກໍ່ຕາມ ການຮູ້ຮູບແບບແທ່ງທຽນພຽງບໍ່ຈັກຮູບແບບນັ້ນບໍ່ພຽງພໍທີ່ຈະເຮັດໃຫ້ການວິເຄາະທາງເຕັກນິກນັ້ນມີຄຸນນະພາບສູງໄດ້ ໃນການທີ່ຈະເຂົ້າໃຈ ແລະ ຄາດການພຶດຕິກຳຂອງຕະຫຼາດໃນອານາຄົດໄດ້ຢ່າງຖືກຕ້ອງນັ້ນ ທ່ານຈໍາເປັນທີ່ຈະຕ້ອງຮູ້ເຖິງວິທີການວິເຄາະແທ່ງທຽນຍີປຸນນີ້ນໍາ ເຮົາມາເບິ່ງລາຍລະອຽດກັນ
